ສໍານັກຂ່າວເອພີລາຍງານຈາກເມືອງໂຄໂນ ປະເທດຢູກັນດາ ເມື່ອວັນທີ່ 25 ພະຈິກ 2018 ວ່າ ທ່ານນາງຊູຣາ ການຍານາ ເຈົ້າໜ້າທີ່ລະດັບສູງຂອງຢູກັນດາ ເຜີຍວ່າ ເກີດເຫດເຮືອພິກຂວໍ້າ ແລະ ຈົມລົງໃນທະເລສາວິກຕໍເລຍ ເມື່ອເວລາປະມານ 19:00 ໂມງ ຂອງຄືນວັນເສົາ ແລະມີປະຊາຊົນໄດ້ຮັບການຊ່ວຍເຫຼືອຂື້ນຝັ່ງ 27 ຄົນ ຈາກຜູ້ທີ່ຢູ່ໃນເຮືອທັງໝົດກວ່າ 90 ຄົນ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 31 ຄົນ ເຮັດໃຫ້ເຈົ້າໜ້າທີ່ເຊື່ອວ່າຕົວເລກຜູ້ເສຍຊີວິດໜ້າຈະສູງຂື້ນອີກ
ທ່ານນາງ ການຍານ ເຜີຍອີີກວ່າ ຈາກການກວດສອບເບື້ອງຕົ້ນຮູ້ວ່າ ເຮືອດັ່ງກ່າວສະພາບຊຸດໂຊມ ແລະ ບໍ່ມີໃບອະນຸຍາດເດີນເຮືອທີ່ຖືກຕ້ອງ ເຮືອບັນທຸກຜູ້ໂດຍສານທ່ຽວຊົມທັດທິວທັດທະເລສາບວິກຕໍເຣຍ ເຊິ່ງເປັນກິດຈະກໍາຍອດນິຍົມໃນຊ່ວງວັນພັກທ້າຍອາທິດ ຂອງກຸ່ມຄົນໜຸ່ມສາວໃນນະຄອນກັມປາລາ
ທ່ານ ອາຊູມານ ມູເກນຢີ ຕໍາຫຼວດອາວຸໂສເຜີຍວ່າ ສາເຫດທີ່ເຮັດໃຫ້ມີຜູ້ເສຍຊີວິດຈໍານວນຫຼາຍ ທັງທີ່ເຮືອລົ່ມໃກ້ຝັ່ງ ເນື່ອງຈາກ “ເມົາເຫຼົ້າ” ນອກຈາກນັ້ນຜູ້ໂດຍສານຈໍານວນຫຼາຍຍັງບໍ່ສົນໃຈສວມໃສ່ເສື້ອຊູຊີບອີກດ້ວຍ