ສຸດຊ໊ອກ! ເອື່ອຍລ້ຽງ ອຸ້ມເດັກນ້ອຍຢູ່ໜ້າຮ້ານແປງລົດ ຍາງລະເບີດໃສ່ຈົນປິວ

ແຂວງໄຊຍະບູລີ ກວດພົບພະນັກງານລັດສໍ້ລາດບັງຫຼວງເສຍຫາຍກ່ວາ 200 ຕື້ກີບ.




ຜ່ານມາການນຳທັງສູນກາງ ແລະ ທ້ອງຖິ່ນໄດ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ການສໍ້າລາດບັງຫຼວງ ບໍ່ໃຫ້ເກີດມີຢູ່ໃນຖັນແຖວອົງກອນພາກລັດ ຫຼື ແມ່ນພະນັກງານ-ລັດຖະກອນເປັນຜູ້ກະທຳ ແຕ່ບັນຫາເຫຼົ່ານັ້ນກໍ່ຍັງເກີດຂຶ້ນມີຢູ່ ຫຼ້າສຸດ ແຂວງໄຊຍະໄດ້ມີການລາຍງານກ່ຽວກັບປະກົດການມີພະນັກງານທີ່ມີພຶດຕິກໍາສໍ້ລາດບັງຫຼວງ ທັງໝົດ 10 ເລື່ອງ, ມີ 24 ຄົນ, ຍິງ 6 ຄົນ, ພົບມູນຄ່າເສຍຫາຍທັງໝົດ 143 ຕື້ກວ່າກີບ ແລະ ສະກຸນເງິນໄທ 260 ລ້ານກວ່າບາດ ລວມມູນຄ່າທັງໝົດ 208 ຕື້ກີບ.
ທ່ານ ດວງຕາ ໄຊວຸດ ຄະນະປະຈໍາພັກແຂວງ ປະທານກວດກາແຂວງ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 3 ປີຜ່ານມາ ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນແມ່ນໄດ້ເອົາໃຈໃສ່ເຄື່ອນໄຫວຕິດຕາມ-ກວດກາ ການແກ້ໄຂປະກົດການອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຕໍ່ສະມາຊິກພັກ, ພະນັກງານ ທີ່ມີພຶດຕິກໍາສໍ້ລາດບັງຫຼວງຕາມກົດໝາຍຕ້ານການສໍ້ລາດບັງຫຼວງເຊັ່ນ: ການດໍາເນີນແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນທົ່ວແຂວງໃນຮອບທີ 2 ປີ 2017, ເຊິ່ງມີເປົ້າໝາຍແຈ້ງຊັບສິນ ແລະ ລາຍຮັບທັງໝົດ 10.847 ຄົນ, ຍິງ 4.816 ຄົນ, ໄດ້ຮັບເອກະສານແຈ້ງຊັບສິນ ແລະ ລາຍຮັບຕົວຈິງ ຈໍານວນ 10.803 ຄົນ, ຍິງ 4.774 ຄົນ, ຍັງຄ້າງ 44 ຄົນ, ຍິງ 14 ຄົນ.
ໄດ້ດໍາເນີນການສືບສວນ-ສອບສວນ ຕໍ່ບຸກຄົນທີ່ມີພຶດຕິກໍາສໍ້ລາດບັງຫຼວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຕ້ານການສໍ້ລາດບັງຫຼວງ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແຕ່ປີ 2015 ເຖິງປະຈຸບັນ ມີພະນັກງານທີ່ມີພຶດຕິກໍາສໍ້ລາດບັງຫຼວງ ທັງໝົດ 10 ເລື່ອງ, ມີ 24 ຄົນ, ຍິງ 6 ຄົນ, ພົບມູນຄ່າເສຍຫາຍທັງໝົດ 143,1 ຕື້ກວ່າກີບ ແລະ ຕະກຸນເງິນໄທ 260 ລ້ານກວ່າບາດ, ໃນນັ້ນເກັບກູ້ຄືນໄດ້ ຈໍານວນ 8,745 ຕື້ກວ່າກີບ ແລະ 2 ລ້ານກວ່າບາດ, ຍັງຄ້າງ ຈໍານວນ 134,4 ຕື້ກວ່າກີບ ແລະ 257 ລ້ານກວ່າບາດ
( ຫຼາຍກວ່າໝູ່ ແມ່ນການສໍ້ລາດບັງຫຼວງຢູ່ທະນາຄານ ສົ່ງເສີມກະສິກໍາ ສາຂາ ແຂວງ ໄຊຍະບູລີ )

ไม่มีความคิดเห็น:

แสดงความคิดเห็น