ສຸດຊ໊ອກ! ເອື່ອຍລ້ຽງ ອຸ້ມເດັກນ້ອຍຢູ່ໜ້າຮ້ານແປງລົດ ຍາງລະເບີດໃສ່ຈົນປິວ

ສຸດຊ໊ອກ! ເອື່ອຍລ້ຽງ ອຸ້ມເດັກນ້ອຍຢູ່ໜ້າຮ້ານແປງລົດ ຍາງລະເບີດໃສ່ຈົນປິວ



ເກີດເຫດ ຢາງລົດບັນທຸກລະເບີດໃສ່ເອື່ອຍລ້ຽງ ແລະ ເດັກນ້ອຍ ຍ້ອນວ່າພະນັກງານລືມປິດປໍ້າລົມ
ເປັນເຫດການທີ່ໜ້າສະເທືອນຂວັນ ເຊີ່ງເກີດຈາກຄວາມປະໝາດຂອງພະນັກງານ
ຮ້ານແປງລົດແຫ່ງຫນື່ງໃນເມືອງ ຊ່ຽງໂຂວ່ ມົນທົນຫູເປີ່ຍ ທາງຈີນຕອນກາງ ທີ່ລືມປິດປໍ້າລົມຈົນເກີດລະເບີດໃສ່
ເອື່ອຍລ້ຽງ ແລະ ເດັກນ້ອຍ
ພາບຈາກກ້ອງວົງຈອນປິດເຜີຍໃຫ້ເຫັນວິນາທີຢາງລົດບັນທຸກຂະໜາດໃຫຍ່
ທີ່ມີສາຍສູບລົມສຽບຢູ່ ແລະ ວາງອີງໄວ້ລົດຍົກ ແລະ ໄດ້ເກີດລະເບີກຢ່າງຮຸນແຮງ
ແຮງດັນຂອງອາກາດໄດ້ກະແທກໃສ່ເດັກນ້ອຍ ແລະ ເອື່ອຍລ້ຽງ ຈົນເຮັດໃຫ້ເດັກນ້ອຍ ປິວໄກປະມານ
1-2 ແມັດ


ຈາກລາຍງານລະບຸວ່າ ໄດ້ນຳສົ່ງ 2 ຄົນໄປໂຮງໝໍໂດຍທັນທີ ໂຊກດີທີ່ເດັກນ້ອຍ ແລະ
ເອື່ອຍລ້ຽງ ບໍ່ໄດ້ຮັບບາດເຈັບຫຼາຍ




ນາຍຄູ 3 ຄົນ ຂາຍຢາເສບຕິດ ທີ່ເມືອງພູຄູນ (ກົດອ່ານລາຍລະອຽດ)



ນາຍຄຣູ 3 ຄົນ ທີ່ບໍ່ຖືກເປີດເຜີຍຊື່ ແລະຕໍາແໜ່ງ ຢູ່ເມືອງພູຄູນ ແຂວງຫລວງພຣະບາງ ຖືກອໍານາດການປົກຄອງ ເມືອງພູຄູນ ປົດອອກ ຈາກການເປັນຣັຖກອນ ຍ້ອນຖືກກວດພົບວ່າ ເສພ ແລະຕິດຢາບ້າ ຊຶ່ງຖືເປັນຄວາມຜິດທາງວິນັຍ ທີ່ຮ້າຍແຮງ. ດັ່ງທີ່ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 25 ຕຸລາ ນີ້ວ່າ:
"ເອົາຂແນງການທີ່ກ່ຽວຂ້ອງຫັ້ນມາກວດ ນີ້ນະ ກວດນໍ້າມູກ ນະ ພົບສານເສບຕິດ ຫັ້ນນະ ຜູ້ກ່ຽວກະໄດ້ມີການສາຣະພາບ ເປັນຕາເຫັນວ່າ ໂອ້ຖ້າວ່າຫາກຕິດຢາເສພຕິດແລ້ວ, ແລ້ວຈະເອົາໄວ້ໃນຂົງເຂດກໍາລັງ ເຮົາ ມັນຈະບໍ່ໄດ້."
ການປົດນາຍຄຣູ 3 ຄົນນີ້ ແມ່ນອີງຕາມກົດໝາຍ ແລະຣະບຽບການ ຂອງກະຊວງສຶກສາທິການແລະກິລາ. ພະນັກງານ-ຣັຖກອນ ຈະແມ່ນ ຂແນງໃດກໍຕາມ ຫາກກ່ຽວຂ້ອງ ກັບຢາເສພຕິດ ຈະຕ້ອງຖືກປົດ, ບໍ່ສາມາດໃຫ້ເຮັດວຽກນໍາຣັຖ ໄດ້ອີກຕໍ່ໄປ.
ທ່ານກ່າວຕື່ມວ່າ ສໍາລັບນາຍຄຣູ 3 ຄົນນີ້ ຖືກລົງໂທດພຽງແຕ່ປົດອອກຈາກ ການເປັນຣັຖກອນ ແລະຈະຖືກນໍາໄປຮັບການບໍາບັດ ເພື່ອໃຫ້ ເຊົາການຕິດຢາບ້ານັ້ນ.
ຫລັງຈາກກວດພົບນາຍຄຣູ 3 ຄົນຕິດຢາເສບຕິດນີ້ແລ້ວ ທາງເມືອງພູຄູນ ກໍໄດ້ເພີ່ມມາຕການກວດກາ ສຸຂພາບຂອງພະນັກງານ-ຣັຖກອນ ເພື່ອຫາສານເສບຕິດ ຢ່າງເຂັ້ມງວດ ຮວມທັງໄດ້ເອົາໃຈໃສ່ ວຽກງານສະກັດກັ້ນ ຢາເສພຕິດ ຢູ່ຕາມໂຮງຮຽນ ແລະຊຸມຊົນຕ່າງໆ ເພື່ອບໍ່ ໃຫ້ເດັກນ້ອຍ ນັກຮຽນເສພຢາເສບຕິດ.




ມີໂຈນໃຈບາບລັກເອົາພະພຸດທະຮູບຈຳນວນ 3 ອົງ (ຄິກອ່ານລາຍອຽດ)


ເຫດເກີດໃນຄືນວັນທີ່ ໃນຄືນວັນທີ 24 ຕຸລາ 2018 ຂະໜາດສູງປະມານ 60 ຊັງຕີເທົ່າກັນ ອາຍຸຂອງພະພຸດທະຮູບປະມານ 200 ປີ. (ຄືນລອຍກະທົງ) 


ທີ່ບ້ານ ເຂດຍາມ ເມືອງທ່າໂທມ ແຂວງໄຊສົມບູນ ເຊິ່ງເປັນພະທີ່ເກົ່າແກ່ແລະເປັນພະຄູ່ບ້ານມາຕະຫຼອດ, ຕອນນີ້ຊາວບ້ານພ້ອມການຈັດຕັ້ງ 


ປກສ ບ້ານກຳລັງຊອກຫາຢ່າງຂຸ້ນຂ້ຽວ ຖ້າທ່ານໃດພົບເຫັນ ກາລຸນາ
ຕິດຕໍ່ ເພຍວັດ 020 55 888 346,ປກສ ບ້ານ ທ່ານ ເພັດ 020 96 515 268
ທາງບ້ານຈະສົມມະນາຄຸນ




ໂອຍເພງສະໄໝນີ້ ຟັງກະບໍ່ໄດ້ເບີ່ງຢ່າງດຽວ


ກະແສມາແຮງແຊງທາງໂຄ້ງ ມິວສິກວິດີໂອເພງ
ຄາງຊື່ອ້າຍແນ່ ທີ່ຮ້ອງໂດຍ ສີຈັນ ວີສີ ຮ້ອງຕອບກັບ ຕ້າ ເພັນນະພາ
ຈະເປັນແນວໃດຕາມໄປເບິ່ງເອງເລີຍ.

ຄາງຊື່ອ້າຍແນ່ |
ນາທີນີ້ຕ້ອງບອກວ່າ
ເປັນມິຕິໃໝ່ແຫ່ງວົງການເພງລູກທົ່ງຂອງປະເທດເພື່ອນບ້ານເຮົາ ກັບເພງ ຄາງຊື່ອ້າຍແນ່
ທີ່ຂັບຮອ້ງໂດຍ ສີຈັນ ວີສີ ຮ້ອງຕອບກັບ ຕ້າ ເພັນນະພາ
ຂອງຄ່າຍເພງຍັກໃຫຍ່ຢ່າງທັອບໄລນ໌
ທີ່ສຸດຂອງຄວາມຮືຮາ ແລະ

ກໍາລັງກາຍເປັນກະແສສັງຄົມ ເຖິງຄວາມເໝາະສົມ ກໍາລັງຖືກວິພາກວິຈານໃນສື່ສັງຄົມອອນໄລນ໌ ກັບເນື້ອເພງທີ່ຂ້ອນຂ້າງຈະແຮງໄປໃນທາງລາມົກອະນາຈານ
ຫລັງຈາກປ່ອຍ
MV ອອກມາພຽງຂ້າມຄືນ
ກັບທ່ອນຮຸກທີ່ນາງເອກ
MV
ນອນຢູ່ບ່ອນ
ພ້ອມກັບຮ້ອງເປັນສຽງຄາງອອກມາ ແບບວ່າໜຸ່ມໆທັງຫລາຍຟັງແລ້ວ ເບິ່ງແລ້ວຄືກຄັກສຸດໆໄປເລີຍ
ສ່ວນຈະເປັນແນວໃດ ຟັງ ແລະ ຮັບຊົມໄດ້ເລີຍ.







ນະຄອນຫຼວງເອົາແທ້ ເລີ່ມປາບປາມ ການຄ້າປະເພນີ ເດືອນຜ່ານມາກັກຕົວຜູ້ຂາຍບໍລິການໄດ້ກວ່າ 100 ຄົນ




ປັດຈຸບັນ ສະພາບປາກົດການຫຍໍໍ້ທໍ້ ຕ່າງໆມັກເກີດຂຶ້ນຫຼາຍ ຢູ່ນະຄອນຫຼວງວຽງຈັນແມ່ນສະພາບລັກຊັບ, ຢາ ເສບຕິດ ແລະ ອຸບັດເຫດ, ພ້ອມນັ້ນກໍແມ່ນສະພາບການຄ້າປະເວນີ ທີ່ມີລັກສະນະເພີ່ມຂຶ້ນ.



ພັນໂທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳ ຫຼວດ ປກສ ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ບັນຫາການ ຄ້າຂາຍປະເວນີ ບໍລິການທາງເພດ ຢູ່ຕາມຮ້ານແສງສີນ້ອຍ- ໃຫຍ່



ສະຖານທີ່ບັນເທີງ ແລະ ຮ້ານນວດຕ່າງໆ ສ່ວນໃຫຍ່ຈະເຮັດຮ່ວມກັນເປັນເຄືອຂ່າຍ, ເປັນກຸ່ມແກ້ງ ໂດຍມີຜູ້ຕິດຕໍ່ລູກຄ້າມາໃຫ້ສາວບໍລິການ ເຊິ່ງ ບັນຫາດັ່ງກ່າວນີ້ ເປັນປາກົດ ການຫຍໍ້ທໍ້ໜຶ່ງທີ່ພົ້ນເດັ່ນໃນສັງຄົມຄື:


ໃນໄລຍະ 9 ເດືອນ ຜ່ານມາພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານການຄ້າ ມະນຸດໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ ຕາມຈຸດທີ່ມີຄວາມສ່ຽງຕ່າງໆ, ໂດຍສະເພາະບັນດາຮ້ານອາຫານ, ຮ້ານກິນດື່ມ, ເຊິ່ງສາມາດ ຂຶ້ນບັນຊີເປົ້າໝາຍໄວ້ໄດ້ 800 ກວ່າຮ້ານ

,ກວດກາໂຮງແຮມ, ເຮືອນພັກ, ຮ້ານອົບນວດ, ຮ້ານ ຄາຣາໂອເກະຕ່າງໆ ເຊິ່ງສາມາດ, ກັກຕົວສາວບໍລິການໄດ້ 128 ຄົນ, ໃນນັ້ນ ເປັນຄົນຕ່າງປະເທດ 35 ຄົນ.

ແຫຼ່ງຂ່າວ:ໜັງສືພິມລາວພັດທະນາ


ແຂວງໄຊຍະບູລີ ກວດພົບພະນັກງານລັດສໍ້ລາດບັງຫຼວງເສຍຫາຍກ່ວາ 200 ຕື້ກີບ.




ຜ່ານມາການນຳທັງສູນກາງ ແລະ ທ້ອງຖິ່ນໄດ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ການສໍ້າລາດບັງຫຼວງ ບໍ່ໃຫ້ເກີດມີຢູ່ໃນຖັນແຖວອົງກອນພາກລັດ ຫຼື ແມ່ນພະນັກງານ-ລັດຖະກອນເປັນຜູ້ກະທຳ ແຕ່ບັນຫາເຫຼົ່ານັ້ນກໍ່ຍັງເກີດຂຶ້ນມີຢູ່ ຫຼ້າສຸດ ແຂວງໄຊຍະໄດ້ມີການລາຍງານກ່ຽວກັບປະກົດການມີພະນັກງານທີ່ມີພຶດຕິກໍາສໍ້ລາດບັງຫຼວງ ທັງໝົດ 10 ເລື່ອງ, ມີ 24 ຄົນ, ຍິງ 6 ຄົນ, ພົບມູນຄ່າເສຍຫາຍທັງໝົດ 143 ຕື້ກວ່າກີບ ແລະ ສະກຸນເງິນໄທ 260 ລ້ານກວ່າບາດ ລວມມູນຄ່າທັງໝົດ 208 ຕື້ກີບ.
ທ່ານ ດວງຕາ ໄຊວຸດ ຄະນະປະຈໍາພັກແຂວງ ປະທານກວດກາແຂວງ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 3 ປີຜ່ານມາ ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນແມ່ນໄດ້ເອົາໃຈໃສ່ເຄື່ອນໄຫວຕິດຕາມ-ກວດກາ ການແກ້ໄຂປະກົດການອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຕໍ່ສະມາຊິກພັກ, ພະນັກງານ ທີ່ມີພຶດຕິກໍາສໍ້ລາດບັງຫຼວງຕາມກົດໝາຍຕ້ານການສໍ້ລາດບັງຫຼວງເຊັ່ນ: ການດໍາເນີນແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນທົ່ວແຂວງໃນຮອບທີ 2 ປີ 2017, ເຊິ່ງມີເປົ້າໝາຍແຈ້ງຊັບສິນ ແລະ ລາຍຮັບທັງໝົດ 10.847 ຄົນ, ຍິງ 4.816 ຄົນ, ໄດ້ຮັບເອກະສານແຈ້ງຊັບສິນ ແລະ ລາຍຮັບຕົວຈິງ ຈໍານວນ 10.803 ຄົນ, ຍິງ 4.774 ຄົນ, ຍັງຄ້າງ 44 ຄົນ, ຍິງ 14 ຄົນ.
ໄດ້ດໍາເນີນການສືບສວນ-ສອບສວນ ຕໍ່ບຸກຄົນທີ່ມີພຶດຕິກໍາສໍ້ລາດບັງຫຼວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຕ້ານການສໍ້ລາດບັງຫຼວງ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແຕ່ປີ 2015 ເຖິງປະຈຸບັນ ມີພະນັກງານທີ່ມີພຶດຕິກໍາສໍ້ລາດບັງຫຼວງ ທັງໝົດ 10 ເລື່ອງ, ມີ 24 ຄົນ, ຍິງ 6 ຄົນ, ພົບມູນຄ່າເສຍຫາຍທັງໝົດ 143,1 ຕື້ກວ່າກີບ ແລະ ຕະກຸນເງິນໄທ 260 ລ້ານກວ່າບາດ, ໃນນັ້ນເກັບກູ້ຄືນໄດ້ ຈໍານວນ 8,745 ຕື້ກວ່າກີບ ແລະ 2 ລ້ານກວ່າບາດ, ຍັງຄ້າງ ຈໍານວນ 134,4 ຕື້ກວ່າກີບ ແລະ 257 ລ້ານກວ່າບາດ
( ຫຼາຍກວ່າໝູ່ ແມ່ນການສໍ້ລາດບັງຫຼວງຢູ່ທະນາຄານ ສົ່ງເສີມກະສິກໍາ ສາຂາ ແຂວງ ໄຊຍະບູລີ )

ລະວັງ! ຢ່າເບີ່ງຂ້າມ ໂລກຕິດຕໍ່ຈາກຮ້ານເສີມສວຍ ອາດມີເຊື້ອລາເປັນຂອງແຖມ



ຄວາມຈິງແລ້ວເຊື້ອລາ ເຮົາສາມາດພົບໄດ້ທົ່ວໄປ ຖ້າອຸປະກອນເຮັດຜົມແລ້ວບໍ່ມີການທຳຄວາມສະອາດ ເຊື້ອລາກໍ່ຈະສະສົມໄດ້ ຫຼັງຈາກທີ່ທຳການສຸ່ມກວດຮ້ານເສີມສວຍມີການພົບເຊື້ອລາ, ເຊື້ອແບັກທີເລຍ ໃນອຸປະກອນເສີມສວຍ ໂດຍສະເພາະອຸປະກອນທີ່ຖືກຄວາມຊຸ່ມເຊັ່ນ: ມີດຕັດຜົມ, ຫວີມ້ວນຜົມ, ກິບໜີບຜົມ, ມີດຕັດໜັງ, ແນວຂວັດເລັບ, ຕະໄບເລັບ ເຊິ່ງມີການປົນເປື້ອນຂອງເຊື້ອລາເຖິງຮ້ອຍລະ 85%
4ໂລກທີ່ຕ້ອງລະວັງຄື



1.ໂລກເຊືອລາຜິວໜັງສາມາດພົບໄດ້ຈາກຜ້າເຊັດຜົມ ອຸປະກອນເຮັດຜົມຕ່າງໆ
2.ໂລກເຊື້ອໄວຣັສເຊັ່ນ ໂລກຫູດ
3.ໂລກເຊືອແບັກທີເລຍທີ່ເກີດຈາກອຸປະກອນທົ່ວໄປໃນຮ້ານເສີມສວຍ
4.ໂລກຄໍຕິດເຊືອຈາກແມ່ພະຍາດເຊັ່ນ ຕິດເຫົາຈາກການຫວີຕ່າງໆ


ຄ່າເຊົ່າສະຖານທີ່ແພງ! ຄ່າຝາກລົດໃນງານບຸນຊ່ວງເຮືອຈິ່ງເກັບໃນລາຄາຕາມແຈ້ງການບໍ່ໄດ້

(ເປັນພຽງຮູບພາບປະກອບ)
ສືບເນື່ອງຈາກກໍລະນີທີ່ເກີດມີກະແສໃນໂລກອອນໄລນ໌ກ່ຽວກັບວ່າ: “ມີແມ່ຄ້າບາງຈຳນວນໄດ້ສວຍໂອກາດຂາຍສິນຄ້າ ແລະ ຄ່າບໍລິການຝາກລົດແພງເກີນຄວາມເປັນຈິງ” ເຊິ່ງທາງລາວໂພສໄດ້ນຳສະເໜີໄປແລ້ວເມື່ອວານນີ້. ດັ່ງນັ້ນ, ມື້ນີ້ (24 ຕຸລາ 2018) ທາງນັກຂ່າວລາວໂພສຈິ່ງໄດ້ລົງພື້ນທີ່ງານບຸນຊ່ວງເຮືອ ເພື່ອສຳພາດ ແມ່ຄ້າ ແລະ ຜູ້ຮັບເໝົາບໍລິການຝາກລົດໃນງານບຸນຊ່ວງເຮືອ ເພື່ອສອບຖາມເຫດຜົນວ່າເປັນຫຍັງພວກເຂົາເຈົ້າຈິ່ງບໍ່ສາມາດຂາຍສິນຄ້າ ຫຼື ໃຫ້ບໍລິການຕາມແຈ້ງການທີ່ອອກມາໄດ້.
ຂອບເຂດທີ່ພວກເຮົາເຮັດການສຳຫຼວດແມ່ນເລີ່ມຈາກ 4 ແຍກໂຮງໝໍມະໂຫສົດ ຈົນຮອດ 3 ແຍກປາກປ່າສັກກ້ຽວລົງມາເສັ້ນທາງລ່ອງວັດອົງຕື້ ສອບຖາມຕັ້ງແຕ່ລໍ້ຂາຍນໍ້າ, ຮ້ານເຂົ້າຫຼາມ-ປິ້ງໄກ່, ຮ້ານຂາຍເສື້ອຜ້າ, ຮ້ານຂາຍເຄື່ອງໃຊ້ອຸປະໂພກ ແລະ ບໍລິໂພກ ຮວມທັງສະຖານທີ່ຝາກລົດ, ເຊິ່ງພວກເຮົາໄດ້ຂໍ້ມູນດັ່ງນີ້: ຄ່າເຊົ່າສະຖານທີ່ບໍ່ມີຄວາມເປັນເອກະພາບແຕ່ລະເຂດແມ່ນມີລາຄາແຕກຕ່າງກັນໄປບາງຮ້ານກໍ່ເຊົ່າໃນລາຄາຕາມທີ່ແຈ້ງການ, ແຕ່ບາງຮ້ານກໍ່ເຊົ່າໃນລາຄາສູງກວ່າທີ່ແຈ້ງການກຳນົດໄວ້; ສະນັ້ນ ຈິ່ງເຮັດໃຫ້ລາຄາຂອງສິນຄ້າ ຫຼື ຄ່າບໍລິການຝາກລົດມີຄວາມແຕກຕ່າງກັນ ໂດຍສະເພາະຄ່າຝາກລົດ ບາງຄອກລົດກໍ່ເກັບເທົ່າກັບລາຄາທີ່ແຈ້ງການຄື: ລົດຈັກ ເກັບ 5.000 ກີບ ແລະ ລົດໃຫຍ່ເກັບ 15.000ກີບ ແຕ່ບາງຄອກລົດລົດຈັກເກັບ 10.000ກີບ, ລົດໃຫຍ່ ເກັບ 20.000ກີບ.
ແມ່ຄ້າ ແລະ ຜູ້ຮັບຝາກຄອກລົດພາກັນເວົ້າເປັນສຽງດຽວກັນວ່າ ຄ່າສະຖານທີ່ແພງຫຼາຍ ເມື່ອມາຄິດໄລ່ບວກຄ່າແຮງງານ, ຄ່າຂີ້ເຫຍື້ອ, ຄ່າໄຟຟ້າ, ຄ່າປ້ອງກັນຄວາມສະຫງົບ ແລະ ຕົ້ນທຶນຂອງສິນຄ້າ ລວມທັງລາຍຈ່າຍອື່ນໆແລ້ວ ອີງໃສ່ງານໜ້ອຍມື້ແນ່ ຈິ່ງເຮັດໃຫ້ພວກເຂົາບໍ່ສາມາດຂາຍສິນຄ້າ ຫຼື ເກັບຄ່າບໍລິການຝາກລົດໃນລາຄາຕາມທີ່ຂັ້ນເຖິງອອກແຈ້ງການກ່ອນໜ້ານີ້ໄດ້” ນີ້ຄືເຫດຜົນທີ່ທາງແມ່ຄ້າຊາວຂາຍ ຫຼື ຜູ້ໃຫ້ບໍລິການຝາກລົດຢາກຂໍໃຫ້ທຸກຄົນທີ່ມາທ່ຽວບຸນຊ່ວງເຮືອໄດ້ເຂົ້າໃຈ ແລະ ເຫັນໃຈພວກເຂົາດ້ວຍ, ພ້ອມຢາກສະເໜີໃຫ້ຂັ້ນເຖິງລົງມາເບິ່ງສະພາບຕົວຈິງທີ່ພວກເຂົາກຳລັງພົບກັບບັນຫານີ້ຢູ່.
ຈາກການໂອ້ລົມສອບຖາມຊາວຄ້າຂາຍພວກເຂົາຕ້ອງການໃຫ້ທາງຂັ້ນເຖິງຄົ້ນຄວ້າຄືນໃໝ່ກ່ຽວກັບຄ່າເຊົ່າສະຖານທີ່ ຢາກໃຫ້ລາຄາເຊົ່າສະຖານທີ່ມີຄວາມເປັນເອກະພາບ ແລະ ຊື່ຕົງ ບໍ່ໃຫ້ມີປະກົດການກຸ່ມຄົນທີ່ມີເງິນມີອິດທິພົນເໝົາຊື້ຮ້ານ ແລະ ມາຂາຍຕໍ່ເພື່ອກິນກຳໄລ ເພາະຈະເຮັດໃຫ້ຄ່າເຊົ່າສະຖານນັ້ນແພງຂຶ້ນ ເຮັດໃຫ້ແມ້ຄ້າຊາວຂາຍໄດ້ຮັບຜົນກະທົບໂດຍສະເພາະແມ່ຄ້າທີ່ເປັນຄົນລາວ.
ເຄດິດ: ບຸດສະດີ ສາຍນ້ຳມັດ

ແຈ້ງເຕືອນປະຊາຊົນໃຫ້ລະວັງ ກ່ອນຈະກົດເງິນຈາກຕູ້ ATM ໃຫ້ສັງເກດດີໆກ່ອນ (ມີຄິບ)




ມາເບີ່ງການໂຈນລະກຳຂອງຊາຍຄົນນີ້ ຊາຍຄົນນີ້ກຳລັງຕິດຕັ້ງເຄື່ອງລັກຂໍ້ມູນບັດເອທີເອັມ ໃສ່ຕູ້ເອທີເອັມແຫ່ງຫນື່ງ ເພື່ອຫວັງຈະແຮ໋ກເອົາຂໍ້ມູນບັດ ຫຼື ລະຫັດເພື່ອທຳການໂຈນລະກຳ
(ເບີ່່ງຄິບ)



ເພາະສະນັ້ນເຮົາທຸກຄວນມີສະຕິລະວັງຕົວທຸກຄັ້ງ, ໃນການເຮັດທຸລະກຳທາງການເງີນ ຜ່ານທາງຕູ້ເອທີເອັມທຸກເທື່ອຕ້ອງກວດເບີ່ງວ່າປົກກະຕິຫຼືບໍ່, ຖ້າພົບເຫັນສີ່ງຜິດປົກກະຕິຄວນໂທແຈ້ງ ຕາມເບີໂທທີ່ຢູ່ເທີງຕູ້ເພື່ອເປັນຫູເປັນຕາຊ່ວຍໆກັນ.
 ເຫດການນີ້ເກີດຂື້ນຢູ່ ແຂວງ ນະຄອນຫລວງວຽງຈັນ ໃນວັນທີ 19/10/2018 ທີ່ຜ່ານມາ.

ຄົນຮ້າຍງັບເຮືອນປະຊາຊົນ ໄດ້ຄຳຈຳນວນ 46ບາດ ແຕ່ໄປບໍ່ລອດ (ມີຄິບ)

ປ.ກ.ສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຈາກຜູ້ເສຍຫາຍ ຢູ່ບ້ານ ໂພນສະອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນວ່າ ມີຄົນຮ້າຍມາງັບເຮືອນ ແລະ ລັກຄຳ ໜັກຈຳນວນ 46 ບາດ ແລະ ເງິນ 9 ລ້ານກີບທີ່ຢູ່ໃນຕູ້ເຊບ. 
ຈາກນັ້ນເຈົ້າໜ້າທີ່ ຈື່ງໄດ້ລົງເກັບກຳຂໍ້ມູນ ຈົນມາຮອດ ທີ 15/10/2018 ຈື່ງສາມາດ ຈັບຄົນຮ້າຍໄດ້ 1 ຄົນ ຊື່ທ້າວ ສົງການ ອາຍຸ 37 ປີ ຢູ່ບ້ານ ບືງຂະຫຍອງ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

(ເບີ່ງຄິບ)




ຜ່ານການສືຍສວນຂອງເຈົ້າໜ້າທີ່ ຜູ້ຕ້ອງຫາໃຫ້ການສາລະພາບວ່າ: ເຄີຍເປັນຄົນຂັບລົດໃຫ້ກັບຜູ້ເສຍຫາຍ ແຕ່ຖືກໄລ່ອອກຍ້ອນວ່າ ຜູ້ຕ້ອງຫາຕິດເກມ ແລະ ມັກຂາດວຽກຕະຫຼອດ. ຮອດເດືອນ 10/2018 ຜູ້ກ່ຽວຈື່ງໄດ້ວາງແຜນ ແລະ ລົງມືເຂົ້າງັບປະຕູເຮືອນ 
ຍາມທີ່ເຈົ້າຂອງບໍ່ຢູ່ ແລະ ໄດ້ເຂົ້າໄປຫ້ອງນອນ ແລ້ວງັບຕູ້ເຊບ ຕໍ່ມາຜູ້ຕ້ອງຫາໄດ້ເອົາຄຳໄປຂາຍຈຳນວນໜັກ 10 ບາດ ໄດ້ເງິນ ຈຳນວນ 173,000ບາດ ແລ້ວໄດ້ເອົາເງິນຈຳນວນດັ້ງກ່າວ ໄປຫລີ້ນກິນຟຸຍເຟືອຍ ຈົນໄດ້ຖືກເຈົ້ານ້າທີ່ຈັບໄດ້ 15/10/2018