ນາຍຄຣູ 3 ຄົນ ທີ່ບໍ່ຖືກເປີດເຜີຍຊື່ ແລະຕໍາແໜ່ງ
ຢູ່ເມືອງພູຄູນ ແຂວງຫລວງພຣະບາງ ຖືກອໍານາດການປົກຄອງ ເມືອງພູຄູນ ປົດອອກ
ຈາກການເປັນຣັຖກອນ ຍ້ອນຖືກກວດພົບວ່າ ເສພ ແລະຕິດຢາບ້າ ຊຶ່ງຖືເປັນຄວາມຜິດທາງວິນັຍ
ທີ່ຮ້າຍແຮງ. ດັ່ງທີ່ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ກ່າວຕໍ່ວິທຍຸເອເຊັຍເສຣີ
ໃນວັນທີ 25 ຕຸລາ ນີ້ວ່າ:
"ເອົາຂແນງການທີ່ກ່ຽວຂ້ອງຫັ້ນມາກວດ ນີ້ນະ ກວດນໍ້າມູກ ນະ
ພົບສານເສບຕິດ ຫັ້ນນະ ຜູ້ກ່ຽວກະໄດ້ມີການສາຣະພາບ ເປັນຕາເຫັນວ່າ
ໂອ້ຖ້າວ່າຫາກຕິດຢາເສພຕິດແລ້ວ, ແລ້ວຈະເອົາໄວ້ໃນຂົງເຂດກໍາລັງ ເຮົາ
ມັນຈະບໍ່ໄດ້."
ການປົດນາຍຄຣູ 3 ຄົນນີ້
ແມ່ນອີງຕາມກົດໝາຍ ແລະຣະບຽບການ ຂອງກະຊວງສຶກສາທິການແລະກິລາ. ພະນັກງານ-ຣັຖກອນ ຈະແມ່ນ
ຂແນງໃດກໍຕາມ ຫາກກ່ຽວຂ້ອງ ກັບຢາເສພຕິດ ຈະຕ້ອງຖືກປົດ,
ບໍ່ສາມາດໃຫ້ເຮັດວຽກນໍາຣັຖ ໄດ້ອີກຕໍ່ໄປ.
ທ່ານກ່າວຕື່ມວ່າ ສໍາລັບນາຍຄຣູ 3 ຄົນນີ້
ຖືກລົງໂທດພຽງແຕ່ປົດອອກຈາກ ການເປັນຣັຖກອນ ແລະຈະຖືກນໍາໄປຮັບການບໍາບັດ ເພື່ອໃຫ້
ເຊົາການຕິດຢາບ້ານັ້ນ.
ຫລັງຈາກກວດພົບນາຍຄຣູ 3 ຄົນຕິດຢາເສບຕິດນີ້ແລ້ວ
ທາງເມືອງພູຄູນ ກໍໄດ້ເພີ່ມມາຕການກວດກາ ສຸຂພາບຂອງພະນັກງານ-ຣັຖກອນ ເພື່ອຫາສານເສບຕິດ
ຢ່າງເຂັ້ມງວດ ຮວມທັງໄດ້ເອົາໃຈໃສ່ ວຽກງານສະກັດກັ້ນ ຢາເສພຕິດ ຢູ່ຕາມໂຮງຮຽນ
ແລະຊຸມຊົນຕ່າງໆ ເພື່ອບໍ່ ໃຫ້ເດັກນ້ອຍ ນັກຮຽນເສພຢາເສບຕິດ.
ไม่มีความคิดเห็น:
แสดงความคิดเห็น